ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຜນການ​ພັດທະນາ 5 ປີ​ຂອງ​ການ​ຮ່ວມ​ມື​ແມ່ນ້ຳ​ຂອງ-ແມ່ນ້ຳ​ລ້ານ​ຊ້າງ

     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ໃນ​ວັນ​ທີ 27 ທັນວາ, ໂດຍ​ອີງ​ຕາມ​ກະຊວງ​ການ​ຄ້າ​ຈີນ ໃຫ້​ຮູ້​ວ່າ: ກະຊວງ​ການ​ຄ້າ​ຈີນ ແລະ
ພາກສ່ວນ​ເສດຖະກິດ​ການ​ຄ້າ​ຂອງ 5 ປະເທດ ຄື: ກຳປູເຈຍ, ລາວ, ມຽນ​ມາ, ໄທ ແລະ ຫວຽດນາມ ໄດ້​ຮັບຮອງ​ເອົາ ແລະ ເຜີຍ
ແຜ່​ແຜນການ​ພັດທະນາ 5 ປີ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂ້າມ​ປະເທດ​ແມ່ນ້ຳ​ລ້ານ​ຊ້າງ-ແມ່ນ້ຳ​ຂອງ ໃນ​ໄລຍະ​ປີ 2023-2027.

     ແຜນການ​ດັ່ງກ່າວ​ມີ​ຈຸດປະສົງ​ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ອັນ​ສຳຄັນ​ຂອງ​ຜູ້ນຳ​ປະ ເທດ​ແມ່ນ້ຳ​ລ້ານ
​ຊ້າງ-ແມ່ນ້ຳ​ຂອງ ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ຕື່ມ​ອີກ, ໂດຍ​ໄດ້​ວາງ​ແຜນການ​ວຽກ​ງານ​ຫຼາຍ​ດ້ານ ເຊັ່ນ:
ການ​ຄ້າ-ການ​ລົງທຶນ, ການ​ຄ້າ​ເອ​ເລັກ​ໂຕຣ​ນິກ, ງານ​ວາງສະແດງ​ສິນຄ້າ, ວິ​ສາ​ຫະ​ກິດ​ຂະໜາດ​ກາງ ແລະ ນ້ອຍ, ການ​ແລກປ່ຽນ​ດ້ານ​
ເສດຖະກິດ, ເຕັກນິກ ແລະ ອື່ນໆ, ຈະ​ຍົກ​ສູງ​ລະດັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂ້າມ​ປະເທດ​ລະຫວ່າງ​ປະເທດ​ສະມາຊິກ ແລະ
ຊຸກຍູ້​ໃຫ້​ເສດຖະກິດ​ໃນ​ອະນຸ​ພາກ​ພື້ນ​ພັດທະນາ​ແບບ​ເຊື່ອມ​ໂຍງ​ເຂົ້າກັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/12/2023